ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຄື່ອງບິນ​ຖິ້ມ​ລະເບີດ Su-24 M ຂອງ​ອູ​ແກຣນ ທີ່​ຕິດ​ຕັ້ງ​ລູກ​ສອນ​ໄຟ​ນຳ​ວິຖີ​ ລຸ້ນ SCALP-EG

     ສຳນັກ​ຂ່າວ​ຫວຽດນາມ​ນິວ​ລາຍ​ງານ​ໃຫ້​ຮູ້​ວ່າ: ກຸ່ມ​ບໍລິສັດ MBDA ຂອງ​ຝຣັ່ງ​ໄດ້​ດັດແປງ​ລູກ​ສອນ​ໄຟ​ນຳ​ວິຖີ​ລຸ້ນ SCALP-EG
ເພື່ອ​ໃຫ້​ເໝາະ​ສົມ ແລະ ສາມາດ​ນຳໄປ​ຕິດ​ຕັ້ງ​ໃສ່​ເຄື່ອງບິນ​ຖິ້ມ​ລະເບີດ​ລຸ້ນ Su-24 M ຂອງ​ອູ​ແກຣນ.

     ລູກ​ສອນ​ໄຟ​ນຳ​ວິຖີ​ລຸ້ນ SCALP-EG ຖືກ​ອອກ​ແບບ ແລະ ພັດທະນາ​ຂຶ້ນ​ມາ​ໂດຍ​ກຸ່ມ MBDA ເຊິ່ງ​ເປັນ​ອາວຸດ​ທີ່​ຖືກ​ອອກ​ແບບ​ມາ​
ເພື່ອ​ນຳ​ໃຊ້​ຕິດຕັ້ງ​ໃສ່​ກຳປັ່ນ​ ແລະ ເຮືອ​ດຳ​ນໍ້າ. ລູກ​ສອນ​ໄຟ ​ລຸ້ນ SCALP ຍັງ​ມີອີກ​ຊື່​ໜຶ່ງ​ວ່າ Storm Shadow, ເປັນ​ອາວຸດ​ໂຈມ​ຕີ​ໄລ
ຍະ​ໄກ. ລູກ​ສອນ​ໄຟ​ລຸ້ນ​ນີ້​ມີ​ຄວາມ​ຍາວ 7 ແມັດ, ມີນໍ້າໜັກ​​ປະມານ 1.400 ກິ​ໂລກຣາມ, ຫົວ​ຮົບ​ມີ​ນ້ຳໜັກ​ປະມານ 250 ກິ​ໂລກ​ຣາມ.

     ພ້ອມ​ນັ້ນ​ຍັງ​ສາມາດ​ເຄື່ອນ​ທີ່​ດ້ວຍ​ຄວາມ​ໄວ​ເກືອບ 980 ກິໂລແມັດ​ຕໍ່​ຊົ່ວໂມງ ແລະ ມີ​ໄລຍະ​ຍິງ​ໄດ້​ເຖິງ 1.000 ກິ ໂລແມັດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 23/01/2024